ການແຊກ ແລະ ແກ້ໄຂ ເຊິງອັດ ຫຼື ໝາຍເຫດທ້າຍເລື່ອງ

ເຊິງອັດແມ່ນການອ້າງອີງຂໍ້ມູນເພີ່ມເຕີມກ່ຽວກັບຫົວຂໍ້ໃດໜຶ່ງຢູ່ສ່ວນລຸ່ມຂອງໜ້າ ແລະ ໝາຍເຫດທ້າຍເລື່ອງແມ່ນການອ້າງອີງຂໍ້ມູນຢູ່ຕອນທ້າຍຂອງເອກະສານ. LibreOffice ຈະໃຫ້ເລກລຳດັບເຊິງອັດ ແລະ ໝາຍເຫດທ້າຍເລື່ອງໂດຍອັດຕະໂນມັດ.

ເພື່ອແຊກ ເຊິງອັດ ຫຼື ໝາຍເຫດທ້າຍເລື່ອງ

  1. ຄລິກໃສ່ເອກະສານຂອງເຈົ້າໃນບ່ອນທີ່ເຈົ້າຕ້ອງການວາງຈຸດຢຶດຂອງໝາຍເຫດ.

  2. ເລືອກ ແຊກ - ເຊິງອັດ ແລະ ໝາຍເຫດທ້າຍເລື່ອງ - ແຊກ ເຊິງອັດ/ໝາຍເຫດທ້າຍເລື່ອງ ແບບພິເສດ.

  3. ໃນສ່ວນ ການໃຫ້ເລກລຳດັບ, ໃຫ້ເລືອກຮູບແບບທີ່ເຈົ້າຕ້ອງການໃຊ້. ຖ້າເຈົ້າເລືອກ ຕົວອັກສອນ, ໃຫ້ຄລິກປຸ່ມ ເລືອກ ແລະ ເລືອກຕົວອັກສອນທີ່ເຈົ້າຕ້ອງການໃຊ້ສຳລັບເຊິງອັດ.

  4. ໃນສ່ວນ ປະເພດ, ໃຫ້ເລືອກ ເຊິງອັດ ຫຼື ໝາຍເຫດທ້າຍເລື່ອງ.

  5. ຄລິກ ຕົກລົງ.

  6. ພິມຂໍ້ຄວາມໝາຍເຫດ.

ໄອຄອນ

ເຈົ້າຍັງສາມາດແຊກເຊິງອັດໄດ້ໂດຍການຄລິກໄອຄອນ ແຊກເຊິງອັດໂດຍກົງ ໃນແຖບເຄື່ອງມື ແຊກ.

ໄອຄອນ ແຊກໝາຍເຫດທ້າຍເລື່ອງ

ເຈົ້າສາມາດແຊກໝາຍເຫດທ້າຍເລື່ອງໄດ້ໂດຍກົງໂດຍການຄລິກໄອຄອນ ແຊກໝາຍເຫດທ້າຍເລື່ອງ ໃນແຖບເຄື່ອງມື ມາດຕະຖານ ຫຼື ແຊກ ຫຼື ເລືອກ ແຊກ - ເຊິງອັດ ແລະ ໝາຍເຫດທ້າຍເລື່ອງ - ໝາຍເຫດທ້າຍເລື່ອງ.

ເພື່ອແກ້ໄຂ ເຊິງອັດ ຫຼື ໝາຍເຫດທ້າຍເລື່ອງ

tip

ສາມາດສ້າງປຸ່ມລັດເພື່ອແຊກ, ແກ້ໄຂ ແລະ ນຳທາງໄປຫາເຊິງອັດ ແລະ ໝາຍເຫດທ້າຍເລື່ອງໄດ້. ເລືອກແຖບ ເຄື່ອງມື - ປັບແຕ່ງ - ແປ້ນພິມ ແລະ ປ້ອນ note ໃນຫ້ອງ ໜ້າທີ່ (Functions) ເພື່ອເບິ່ງຕົວເລືອກຕ່າງໆ.